ກິດຈະກຳແລກປ່ຽນລະຫ່ວາງນັກສືກສາຍີປຸ່ນ-ລາວ•ໄທຍ

ສະບາຍດີທຸກຄົນ, ຂ້ອຍຊື່ວ່າ: ຄຳເກັ່ງ ຫຼືເອີ້ນ: ຄາບູໂຕະ ກໍໄດ້ເດີ, ເປັນນັກສືກສາທືນລັດທະບານຍີປຸ່ນ( 文部科学省の奨学金)ເດີ, ເຊີງ ປັດຈຸບັນກຳລັງກຽມພາສາຍີປຸ່ນຢູ່ທີ່”ສູນຄວາມຮູ້ພາສາຍີປຸ່ນເຂດໂຕກຽວ(東京日本語教育センター)”ເພື່ອຈະເຂົ້າສາຍຮຽນວິຊາສະເພາະໃນປີໜ້າ.

ປະມານເດື່ອນທີ່ແລ້ວມານີ້ພວກເຮົານັກສືກສາລາວແລະໄທຂອງສູນຄວາມຮູ້ພາສາຍີປຸ່ນເຂດໂຕກຽວ ກໍໄດ້ໄປພົບປາກສ້າງສານກິດຈະກຳກັບບັນດານັກສືກສາຍີປຸ່ນຈາກມະຫາວິທະຍາໄລແຫ່ງຊາດ ໂຢໂກຮາມາ, ເປັນຄັ້ງທຳອິດເລີຍທີ່ໄດ້ນຳເອົາຄວາມຮູ້ພາສາຍີປຸ່ນທີ່ໄດ້ຮຽນອອກມານຳໃຊ້ໃນນອກສະຖານທີໂຮງຮຽນ,ກໍຄືນຳໃຊ້ໃນຊີວິດຕົວຈີງເພື່ອສືສານກັບບັນດາໝູ່ນັກສືກສາຍີປຸ່ນ, ເຊີງໃນງານກິດຈະກຳພົບປາກສ້າງສານນັ້ນ ເພື່ອໃຫ້ແຕ່ລະຟ່າຍໄດ້ທຳຄວາມຮູ້ຈັກກັນຫຼາຍຍິ່ງຂື້ນ,ພວກເຮົາຈື່ງໄດ້ແບ່ງຈຳນວນຄົນອອກເປັນ 2 ກຸ່ມ ເພື່ອສ້າງກິດຈະກຳໃດໜື່ງຄື:

ກຸ່ມທີ່1: ຍ່າງເດີ່ນຫຼີ້ນທີ່ສວນ ເມຈິ ຈີງກູ(明治神宮)

ກຸ່ມທີ່2: ນັ່ງສົນທະນາ ແລະ ຮັບປະທານອາຫານຄ່ຳນຳກັນ ທີ່ຮ້ານອາຫານໃນບໍລິເວນໃກ້ໆ

ເຊີ່ງແຕ່ລະກຸ່ມຈະປະກອບມີ ໝູ່ນັກສືກສາຍີປຸ່ນ3-4ຄົນ ແລະ ກໍນັກສືກສາລາວ-ໄທອິກ3-4ຄົນຄືກັນ, ສ່ວນຕົວຂ້ອຍເອງນັ້ນຢູ່ກຸ່ມທີ່1, ພວກເຮົາເລີ່ມອອກເດີ່ນທາງຈາກສະຖານີລົດໄຟຊີນໂອກຸໂບະ(新大久保駅)ໄປຍັງສວນ ເມຈິຈີງກູ(明治神宮), ຕະຫຼອດທາງພວກເຮົາກໍມີການຊົນທະນາກັນຫຼາຍເລື່ອງຢ່າງສະໜຸກສະໜານບໍ່ວ່າຈະເປັນເລື່ອງສ່ວນຕົວ,ຊີວິດການສືກສາ,ຂໍ້ມູນກ່ຽວກັບສວນ ເມຈິ ຈີງກູ ເປັນຕົ້ນ. ເປບດ່ຽວພວກເຮົາກໍໄປຮອດ ສວນເມຈິ ຈີງກູແລ້ວ , ສີ່ງທຳອິດເລີຍທີ່ເຮັດໃຫ້ຂ້ອຍຕົກໃຈແລະກໍປະທັບໃຈພ້ອມກັນເລີຍກໍຄືໃນພາຍຕົວເມື່ອງໃຫ່ຍຢ່າງໂຕກຽວຍັງມີສວນປ່າທຳມະຊາດໃຫ່ຍ ແລະ ສວຍງາມປານນີ້ຢູ່ອິກ! ວ່າວ! ຄົນຍີປຸ່ນເຂົາເຈົ້າຈັ່ງແມ່ນຮັກທຳມະຊາດ ສົມກັບຄຳລ່ຳລື.

ໃນລະຫວ່າງທີ່ເຂົ້າໄປຢ້ຽມຊົມຄວາມສວຍງາມຂອງສວນ ເມຈິ ຈີງກູ ຢູ່ນັ້ນ, ພວກເຮົາກໍໄດ້ແວະອະທິຖານຂໍພອນຢູ່ທີ່ຕົວສານເຈົ້າ ເມຈິ ດ້ວຍ, ຕົວຂ້ອຍຍັງຈຳຂື້ນໃຈຢູ່ເລີຍວິທີຂໍພອນຄື: ໃຫ້ໂຍນຫ່ຽມ5ເຢັນ ທີ່ຕາມຄວາມເຊື່ອຂອງຊາວຍີປຸ່ນທີ່ວ່າເປັນຫຼ່ຽມມຸ່ງຄຸນເອົາໄປໃນກ່ອງໄມ້ 、ຫຼັງຈາກນັ້ນໃຫ້ກົ້ມຄຳນັບ2ບາດ ແລ້ວ ຕົບມື2ບາດ ແລ້ວກໍອະທິຖານຂໍພອນ ຫຼັງຈາກນັ້ນກໍກົ້ມຄຳນັບອິກ1ບາດ ກໍເປັນອັນວ່າສຳເລັດ. ສ່ວນຕົວຮູ້ສືກເສຍດາຍໜ້ອຍໜື່ງທີ່ບໍ່ສາມາດຖ່າຍຮູບໄດ້,ແຕ່ກໍເຂົ້າໃຈໃນກົດລະບຽບ.

ຫຼັງຈາກນັ້ນທີ່ຍ່າງມາເປັນເວລາດົນພວກເຮົາກໍໄປນັ່ງພັກຜ່ອນທີ່ຮ້ານກາເຟ,ສັ່ງເຄື່ອງດື່ມແລະລົມກັນຢ່າງສະໜຸກສະໜານ. ພໍຮອດ 5:20 ແລງ ສວນ ເມຈິ ຈີງກູ ກໍໄດ້ປິດລົງ, ພວກເຮົາກໍນັ່ງລົດໄຟກັບຈາກສະຖານີຮາລາຈູກູ(原宿駅) ທີ່ຢູ່ຕໍ່ໜ້າປະຕູທາງອອກຂອງສວນ ເມຈິ ຈີງກູ ມາລົງທີ່ ສະຖານີ ຊີນໂອກຸໂບະ(新大久保駅), ຫຼັງຈາກນັ້ນພວກເຮົາກໍໄດ້ກ່າວຄຳຂອບໃຈແລະຄຳລ່ຳລາກັບບັນດາໝູ່ນັກສືກສາຍີປຸ່ນ ແລ້ວກໍແຍກຍ້າຍກັນກັບບ້ານ.

ການເຂົ້າຮ່ວມກິດຈະກຳໃນຄັ້ງນີ້ເປັນການເປິດໂລກໃໝ່,ໄດ້ພົບກັບຜູ້ຄົນໃໝ່ໆຈາກຄົນບໍ່ຮູ້ຈັກກັນມາເປັນໝູ່ສະໜິດກັນ, ຕັ້ງໄດ້ເຝິກພາສາຍີປຸ່ນ,ໄດ້ເຫັນສະຖານທີ່ໃໝ່ໆ,ເຖິງແມ່ນວ່າຈະຮູ້ສຶກເມື່ອຍ ແຕ່ກໍຄຸ້ມຄ່າກັບປະສົບການທີ່ໄດ້ມາ. ຂ້ອຍເຊື່ອວ່າໃນອະນາຄົດອັນໃກ້ນີ້ພວກເຮົາຈະມີໂອກາດໄດ້ພົບປາກສ້າງສານ,ທຳຄວາມຮູ້ຈັກ,ແລກປ່ຽນຄວາມຮູ້,ວັດທະນະທຳລະຫວ່າງຍີປຸ່ນແລະລາວ-ໄທກັນອິກຄັ້ງ.

ຄາບູໂຕະ

One thought on “ກິດຈະກຳແລກປ່ຽນລະຫ່ວາງນັກສືກສາຍີປຸ່ນ-ລາວ•ໄທຍ”

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *